ປະຫວັດວັດ
ວັດກິ່ວນໍ ອິນທາຣາມ ເປັນອີກວັດໜຶ່ງທີ່ເກົ່າແກ່ໃນເມືອງຈອມເພັດ ແຂວງຫຼວງພະບາງ ແລະ ເປັນວັດທີ່ມີພະພຸດທະຮູບເກົ່າແກ່ດັ້ງເດີມ ຊຶ່ງພວກເຮົາເອີ້ນວ່າ ພະພຸດທະຮູບອົງຂາວ ຫຼື ຫຼວງພໍ່ຂາວ ຊຶ່ງເປັນພະພຸດທະຮູບເກົ່າແກ່ດັ້ງເດີມ ແລະ ເປັນພະພຸດທະຮູບທີ່ສັກສິດຢູ່ວັດກິ່ວນໍ. ວັດກິ່ວນໍ ອິນທາຣາມ ຕັ້ງຢູ່ຝັ່ງຊຽງແມນ ຕິດກັບພູນາງ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງພູນາງມີປະຫວັດຕັ້ງແຕ່ສະໄໝກ່ອນ. ວັດກິ່ວນໍ ອິນທາຣາມ ມີພະສົງສາມະເນນເປັນຈຳນວນຫຼາຍ ແລະ ເປັນວັດທີ່ມີພະສົງສາມະເນນຫຼາຍກວ່າວັດອື່ນໆ ໃນທົ່ວເມືອງຈອມເພັດ.
ວັດຂອງພວກເຮົາເປັນວັດທຳມະດາຄືກັນກັບວັດອື່ນໆ. ດ້ານການສຶກສາ ກໍ່ຮຽນຢູ່ໂຮງຮຽນສົງ ຄືກັບໂຮງຮຽນທົ່ວໄປ ແຕ່ທາງໂຮງຮຽນເນັ້ນໜັກໃສ່ການຮຽນພາສາປາລີ ແລະ ທຳມະເປັນຫຼັກ.
ເຈົ້າອາວາດ
ສະບາຍດີ.
ຊື່: ພະແສງເພັດ ສັນຕມະໂນ, ອາຍຸ 38 ປີ, ໄດ້ 9 ພັນສາ, ຊຶ່ງໄດ້ອຸປະສົມບົດ ໃນປີ 2016 ຢູ່ວັດຊຽງທອງ ນະຄອນຫຼວງພະບາງ. ປັດຈຸບັນ ຢູ່ວັດກິ່ວນໍ ອິນທາຣາມ ໄດ້ 7 ປີ. ພະອຸປັຊຌາຍ໌ຜູ້ບວດໃຫ້ ຊື່ວ່າ ພະອາຈານ ອ່ອນແກ້ວ ກິຕຕິພັດໂທ ເຈົ້າອາວາດ ວັດປ່າຜາໂອ ນະຄອນຫຼວງພະບາງ, ຊຶ່ງເປັນເຈົ້າຄະນະແຂວງຫຼວງພະບາງ.