01.08.2026
ໃນມື້ນີ້ຂອງຕອນເຊົ້າທາງຄະນະສົງວັດຖຳ້ ສັກກະຣິນ , ແລະ ຄະນະສົງ ວັດກິ່ວນໍ ອິນທາຣາມ
ວັນທີ່ 1 / 8 / 2026 ໃນມື້ນີ້ຂອງຕອນເຊົ້າທາງຄະນະສົງວັດຖຳ້ ສັກກະຣິນ , ແລະ ຄະນະສົງ ວັດກິ່ວນໍ ອິນທາຣາມ , ນຳພາໂດຍສາທຸໃຫຍ່ສຸກ ເຈົ້າອະທິການ ວັດຖຳ້ ສັກກະຣິນ ໄດ້ໄປບໍລິຈາກມອບເຄື່ອງອຸປະກອນຊ່ວຍເຫຼືອໂຮງຮຽນມັດທະຍົມບ້ານປາກລື່ມ ,ເມືອງຈອມເພັດ,ແຂວງຫຼວງພະບາງ,ມີຄອມພິວເຕີ ແລະ ປິນເຕີຈຳນວນ 1 ຊຸດ , ລວມມູນຄ່າ 8,879,000 ກີບ , ( ແປດລ້ານແປດແສນເຈັດສິບເກົ້າພັນກີບ ) ມອບໃຫ້ແກ່ໂຮງຮຽນ ມສ ບ້ານປາກລື່ມ,ເມືອງຈອມເພັດ,ແຂວງຫຼວງພະບາງ,ເພື່ອນຳເຂົ້າໃຊ້ໃນວຽກງານການສຶກສາພິມເອກະສານຕ່າງໆ .
ສາທຸ ສາທຸ ສາທຸ ບຸນ